ພາສາຈີນ

ການໂລຄໍໄລເຊຊັ່ນ ພາສາຈີນ – ພາບລວມ

ສິ່ງທໍາອິດທີ່ຜູ້ຊ່ຽວຊານໂລຄໍໄລເຊຊັ່ນ ພາສາຈີນຈະຖາມທ່ານ ເມື່ອທ່ານຂໍໃບສະເໜີລາຄາສໍາລັບໂຄງການ ‘ພາສາຈີນ’ ແມ່ນ ‘ທ່ານຕ້ອງການ ພາສາຈີນຮູບແບບໃດ – ແບບກະທັດຫັດ ຫຼື ແບບດັ້ງເດີມ?’ ເພື່ອໃຫ້ຊັດເຈນ, ນີ້ບໍ່ໄດ້ໝາຍເຖິງພາສາຈີນ ‘ງ່າຍ’ ຫຼື ‘ສັບຊ້ອນ’! ບໍ່ໄດ້ເວົ້າຫຼິ້ນ; ບາງຄົນຄິດແບບນີ້ແທ້ໆ!.

 

ໃນດ້ານພື້ນຖານ, ນີ້ແມ່ນໝາຍເຖິງຊຸດຕົວອັກສອນທີ່ຖືກນໍາໃຊ້ ແລະ ໃຊ້ກັບພາສາຈີນໃນຮູບແບບການຂີດຂຽນເທົ່ານັ້ນ. ຕົວອັກສອນຈີນທີ່ກະທັດຫັນ ແມ່ນໄດ້ດັດປັບມາຈາກ ຮູບແບບພາສາຈີນ ດັ້ງເດີມ ແລະ ຖືກນໍາໃຊ້ສຳລັບ ກຸ່ມເປົ້າໝາຍທີ່ອາໄສ ຢູ່ຈີນແຜ່ນດິນໃຫຍ່ ແລະ ສິງກະໂປ, ໃນຂະນະທີ່ຕົວອັກສອນ ຈີນແບບດັ້ງເດີມແມ່ນຖືກໃຊ້ ເປັນຫຼັກສຳລັບກຸ່ມເປົ້າໝາຍຢູ່ ຮອງກົງ, ມາເກົາ ແລະ ໄຕ້ຫວັນ. ແນວໃດກໍຕາມ, ເຖິງແມ່ນວ່າ ຈະນຳໃຊ້ຊຸດຕົວອັກສອນດຽວກັນ, ແຕ່ມັນກໍມີຄວາມແຕກ ຕ່າງກັນເລັກນ້ອຍ ລະຫວ່າງ ພາສາຈີນແບບດັ່ງເດີມສໍາລັບ ຮອງກົງ ແລະ ພາສາຈີນແບບດັ້ງ ເດີມສໍາລັບ ໄຕ້ຫວັນ. ດັ່ງນັ້ນຖ້າເປັນໄປໄດ້ ແລະ ຖ້າວ່່າ ງົບປະມານອຳນວຍ, ພວກເຮົາຈຶ່ງແນະນໍາໃຫ້ສ້າງຮູບແບບສະເພາະສຳລັບແຕ່ລະຕະຫຼາດ.

 

ສຳລັບຮູບແບບພາສາເວົ້າ ພາສາຈີນ ສໍາລັບຈີນແຜ່ນດິນໃຫຍ່, ໄຕ້ຫວັນ, ມາເກົາ ແລະ ຮອງກົງ, ພາສາທ້ອງຖິ່ນແມ່ນ ພາສາຈີນກາງ ແລະ ຈີນກວາງຕຸ້ງ. ພາສາຈີນກາງ ເປັນພາສາທີ່ເວົ້າໃນຈີນແຜ່ນດິນໃຫຍ່ ແລະ ໄຕ້ຫວັນ (ພາສາຈີນກາງໄຕ້ຫວັນ), ແຕ່ວ່າ ແຕ່ລະພາສາ ກໍມີສໍານຽງ ແລະ ລັກສະນະສະເພາະ. ດັ່ງນັ້ນທ່ານຈໍາເປັນຕ້ອງເຈາະຈົງ ຕໍ່ກັບຄວາມຕ້ອງການຂອງ ກຸ່ມເປົ້າໝາຍຂອງທ່ານ. ພາສາຈີນກວາງຕຸ້ງ ແມ່ນພາສາເວົ້າທ້ອງຖິ່ນທາງການຂອງ ຮອງກົງ ແລະ ມາເກົາ ແລະ ຖືວ່າບໍ່ມີຄວາມຄ້າຍຄືກັນໃດໆກັບ ພາສາຈີນກາງ.

 

ເມື່ອທ່ານສາມາດກໍານົດເປົ້າໝາຍຕະຫຼາດຂອງທ່ານແລ້ວ, ພາສາຈີນ ບໍ່ແມ່ນພາສາທີ່ສະຫຼັບຊັບຊ້ອນ ໃນການເຂົ້າໃຈ. ນາຍແປພາສາຄວນຖືກເລືອກໂດຍອີງໃສ່ສາມບັນທັດຖານຄື: ເປັນຄົນເວົ້າພາສາທ້ອງຖິ່ນ, ລະບົບຂຽນພາສາທ້ອງຖິ່ນ ແລະ ຊ່ຽວຊານໃນຫົວຂໍ້ສະເພາະ. ພາສາຈີນ ແມ່ນໄດ້ຮັບການສະໜັບສະໜູນເປັນຢ່າງດີໃນການອອກແບບ, ການຕີພິມ ແລະ ມັລຕິມີເດຍ ແລະ ຍັງສາມາດໂລຄໍໄລ ໂດຍພະນັກງານທີ່ບໍ່ແມ່ນຄົນຈີນ. ແນວໃດກໍຕາມ, ການກວດສອບດ້ານຄຸນນະພາບດ້ານພາສາ ຄວນຖືກດໍາເນີນໂດຍ ຊ່ຽວຊານມືອາຊີບດ້ານການໂລຄໍໄລເຊຊັ່ນ ທີ່ເປັນຄົນຈີນທຸກຄັ້ງ. ສຳລັບການບັນທຶກການພາກສຽງ ພາສາຈີນ, ຜູ້ພາກສຽງ ຕ້ອງແມ່ນຄົນທີ່ເວົ້າ ພາສາທ້ອງຖິ່ນທີ່ຕ້ອງການ.

 

ຕິດຕໍ່ພວກເຮົາ

 

ພາສາຈີນ

 

ການນຳໃຊ້ ພາສາຈີນ ຢ່າງຖືກຕ້ອງ

ໃນໄລຍະສອງທົດສະວັດທີ່ຜ່ານມາ, ເອ໊ກໂຄ່ ໄດ້ແປພາສາ ແລະ ພາກສຽງຫຼາຍກວ່າ 20 ລ້ານຄໍາສັບ ທີ່ເປັນພາສາທ້ອງຖິ່ນຈີນ ໃນຫຼາກຫຼາຍຫົວຂໍ້ ລວມທັງເນື້ອໃນດ້ານວິຊາການ ແລະ ການຕະຫຼາດ. ບໍລິສັດທົ່ວໂລກ, ລວມທັງຜູ້ສະໜອງການບໍລິການດ້ານພາສາຫຼັກອື່ນໆ ໄດ້ມາອີງໃສ່ ວຽກງານການໂລຄໍໄລເຊຊັ່ນພາສາຈີນ ທີ່ມີຄຸນນະພາບສູງຢ່າງສະໝໍ່າສະເໝີຂອງ ເອ໊ກໂຄ່. ໂດຍການສະໜອງ ການແປພາສາຈີນທີ່ມີຄຸນນະພາບສູງ, ສາມາດຂະຫຍາຍຢ່າງກວ້າງຂວາງ ແລະ ການສະໜັບສະໜູນລູກຄ້າແບບບໍ່ມີບ່ອນຕິ, ເອ໊ກໂຄ່ ສາມາດພິສູດປະຫວັດ ໃນການຊ່ວຍອົງການຈັດຕັ້ງລະດັບໂລກ ປະສົບຜົນສໍາເລັດໃນການບັນລຸຜົນກຳໄລສູງສຸດຂອງພວກເຂົາ ໃນຕະຫຼາດທີ່ໃຊ້ ພາສາຈີນ. ເອ໊ກໂຄ່ ເຮັດວຽກຮ່ວມກັບ ເຄືອຂ່າຍນັກແປ ພາສາຈີນ ມືອາຊີບພາຍໃນປະເທດ ແລະ ສິລະປິນພາກສຽງ ທີ່ອາໄສຢູ່ໃນບັນດາປະເທດສ່ວນໃຫຍ່ທີ່ເວົ້າ ພາສາຈີນໃນໂລກ.

 

ເຮັດໄດ້ແນວໃດ

 

ການບໍລິການດ້ານ ພາສາຈີນ:

  • ການແປ, ການກວດແກ້ & ການກວດຄືນ ພາສາຈີນ

  • ຄູ່ມືແນະນໍາຮູບແບບ ແລະ ປະມວນຄໍາສັບ ພາສາຈີນ

  • ການກວດແກ້ພາຍຫຼັງການແປດ້ວຍເຄື່ອງມື ພາສາຈີນ

  • ການຈັດໜ້າເອກະສານ ພາສາຈີນ

  • ການພາກສຽງ & ການບັນລະຍາຍ ພາສາຈີນ

  • ການໃສ່ຄຳບັນຍາຍໃຕ້ພາບ & ຄຳບັນຍາຍພາບແບບປິດ ພາສາຈີນ

  • ການໂລຄໍໄລເຊຊັ່ນ ແບບມັລຕິມີເດຍ & Flash ພາສາຈີນ

  • ການທົດສອບດ້ານການໃຊ້ງານ & ດ້ານພາສາຂອງ ພາສາຈີນ

 

ຜະລິດຕະພັນ

  • ເອກະສານ

  • ຄູ່ມືວິຊາການ

  • ເຄື່ອງມືການຕະຫຼາດ

  • ແຜ່ນພັບ & ໃບປິວ

  • ການຫຸ້ມຫໍ່ & ການຕິດສະຫຼາກ

  • ວາລະສານ & ຈົດໝາຍຂ່າວ

  • ເວັບໄຊ

  • ໂປຼແກຼມໂທລະສັບມືຖື

  • ຊອບແວ

  • ການຝຶກອົບຮົມ & eLearning

  • ການພາກສຽງ & ມັລຕິມີເດຍ

  • ເນື້ອໃນວີດີໂອ

 

ປຶ້ມຄູ່ມື ການໂລຄໍໄລເຊຊັ່ນ 101

ທ່ານຫາກໍໄດ້ຍິນກ່ຽວກັບ ການໂລຄໍໄລເຊຊັ່ນບໍ?

ກະລຸນາດາວໂຫຼດ ປຶ້ມຄູ່ມື 20 ໜ້າ
ປຶ້ມຄູ່ມື ການໂລຄໍໄລເຊຊັ່ນ 101

ດາວໂຫຼດ

 

ສິ່ງທ້າທາຍ ໃນການໂລຄໍໄລເຊຊັ່ນ ແລະ ການແປ ພາສາຈີນ

  • ນາຍແປພາສາຄວນຖືກເລືອກໂດຍອີງໃສ່ສາມບັນທັດຖານຄື: ເປັນຄົນເວົ້າພາສາທ້ອງຖິ່ນ, ລະບົບຂຽນພາສາທ້ອງຖິ່ນ ແລະ ຊ່ຽວຊານໃນຫົວຂໍ້ສະເພາະ.

  • ສຳລັບການຈັດໜ້າເອກະສານ ສຳລັບພາສາຈີນ ທີ່ຂຽນໃນຮູບແບບທັນສະໄໝ, ຈາກຊ້າຍຫາຂວາ ຄືກັນກັບ ພາສາອັງກິດ ແມ່ນສາມາດດໍາເນີນໂດຍ ຜູ້ດຳເນີນການຈັດໜ້າເອກະສານ ທີ່ບໍ່ແມ່ນຄົນທ້ອງຖິ່ນ ທີ່ສາມາດປະຕິບັດຕາມກົດການແຕກແຖວພື້ນຖານ ທີ່ກ່ຽວຂ້ອງກັບ ຕົວອັກສອນວັກຕອນຂອງ ພາສາຈີນ. ການຈັດໜ້າເອກະສານສຳລັບ ພາສາຈີນ ທີ່ຂຽນໃນຮູບແບບດັ້ງເດີມທີ່ມີລັກສະນະເປັນເສົາ ແມ່ນເປັນບັນຫາ, ເນື່ອງຈາກຂໍ້ຄວາມປະກອບມີພາສາ zhuyin ຫຼື pinyin ruby; ຊຶ່ງມີພຽງແຕ່ໂປຼແກຼມຊອບແວສະເພາະເທົ່ານັ້ນ ທີ່ສະໜັບສະໜູນຮູບແບບທ້ອງຖິ່ນເຫຼົ່ານີ້.

  • ສຳລັບການບັນທຶກການພາກສຽງເປັນ ພາສາຈີນ, ຜູ້ພາກສຽງຕ້ອງແມ່ນຄົນທີ່ເວົ້າ ພາສາທ້ອງຖິ່ນທີ່ຕ້ອງການ.

 

ກ່ຽວກັບ ພາສາຈີນ

 

ພາສາຈີນ – ແທ້ຈິງເປັນກຸ່ມພາສາທ້ອງຖິ່ນ – ແມ່ນໜຶ່ງໃນສອງສາຂາຫຼັກຂອງຕະກຸນພາສາ Sino-Tibetan ແລະ Tibeto-Burman. ລະບົບການຈັດປະເພດ ພາສາທ້ອງຖິ່ນດັ່ງເດີມປະກອບມີ: ພາສາຈີນກາງ, Wu, Yue, Min, Xiang, Hakka ແລະ Gan.

 

ເຖິງແມ່ນວ່າ ພາສາທ້ອງຖິ່ນເຫຼົ່ານີ້ສ່ວນໃຫຍ່ແມ່ນບໍ່ສາມາດຈຳແນກຄວາມແຕກຕ່າງໄດ້ ແຕ່ວ່າ ເຈົ້າຂອງພາສາ ຖືວ່າເປັນພາສາຍ່ອຍຂອງ ພາສາຈີນດຽວ. ພາສາຈີນກາງ (ຊຶ່ງລວມທັງ ພາສາຈີນມາດຕະຖານ) ແມ່ນມີຈໍານວນຜູ້ເວົ້າຫຼາຍທີ່ສຸດ, ປະມານ 1.4 ຕື້ຄົນ, ຕາມມາດ້ວຍ Wu ປະມານ 90 ລ້ານຄົນ ແລະ Yue (ຊຶ່ງລວມທັງ ພາສາຈີນກວາງຕຸ້ງ) ປະມານ 70 ລ້ານຄົນ.

 

ພາສາຈີນ ເປັນໜຶ່ງພາສາເວົ້າທີ່ເກົ່າແກ່ທີ່ສູດ, ໂດຍ ເຊື່ອກັນວ່າ ພາສາຈີນ ດັ່ງເດີມ ໄດ້ຖືກນໍາໃຊ້ທົ່ວ ໄປໃນໄລຍະຕົ້ນ ແລະ ກາງຂອງລາດຊະວົງຊູ (ກ່ອນຄຣິດຕະສັກກະລາດ 1122 – ກ່ອນຄຣິດຕະສັກກະລາດ 256). ໃນຮູບແບບການຂີດຂຽນ, ສ່ວນທີ່ສໍາຄັນດັ່ງເດີມທີ່ສຸດ – ທີ່ເອີ້ນວ່າ “ກະດູກພະຍາກອນ” – ໃນໄລຍະລາດຊະວົງຊາງ ໃນສອງພັນປີກ່ອນຄຣິດຕະສັກກະລາດ.

 

ພາສາຈີນ ມາດຕະຖານ ແມ່ນຮູບແບບທີ່ຖືກຫັນເປັນມາດຕະຖານ ທີ່ຂຶ້ນກັບ ພາສາທ້ອງຖິ່ນປັກກິ່ງ ຂອງພາສາຈີນກາງ. ມັນເປັນພາສາທາງການຂອງທັງ ສາທາລະນະລັດ ປະຊາຊົນຈີນ ແລະ ໄຕ້ຫວັນ ແລະ ເປັນໜຶ່ງໃນສີ່ພາສາທາງການຂອງ ສິງກະໂປ.

 

ພາສາຈີນກວາງຕຸ້ງທ້ອງຖິ່ນ ແມ່ນພາສາຕົ້ນກໍາເນີດຂອງເຂດກວາງຊູ ຂອງແຂວງກວາງດົງ ແລະ ຖືວ່າເປັນພາສາຂອງກຸ່ມຢູ. ພາສາຈີນ ແມ່ນໜຶ່ງໃນສອງພາສາທາງການຂອງເຂດປົກຄອງພິເສດ ຮອງກົງ ແລະ ມາເກົາ (ພາສາອື່ນໆແມ່ນ ພາສາອັງກິດ ແລະ ພາສາໂປຼຕຸເກດ, ຕາມລໍາດັບ); ແຕ່ວ່າທັງສອງເຂດແມ່ນ ຮັບຮູ້ພາສາຈີນກວາງຕຸ້ງ ເປັນພາສາເວົ້າທາງການຂອງ ພາສາຈີນ.

 

ລະບົບການຂຽນ ພາສາຈີນ ແມ່ນ ສັນຍາລັກທີ່ໃຊ້ແທນຄຳສັບ; ເຊັ່ນ ແຕ່ລະຕົວອັກສອນແມ່ນແທນໃຫ້ຄໍາສັບ ຫຼາຍກວ່າສຽງຂອງຄຳສັບນັ້ນ. (ຕົວອັກສອນ ພາສາຈີນ ຍັງຖືກເອີ້ນໂດຍທົ່ວໄປວ່າ ເປັນສັນຍາລັກ “ຕົວຂຽນແທນຄວາມໝາຍ,” ທີ່ແທນໃຫ້ແນວຄວາມຄິດ. ແຕ່ຖ້າເວົ້າໃຫ້ຖືກແທ້ໆ, ຄວາມເຂົ້າໃຈດັ່ງກ່າວແມ່ນບໍ່ຖືກຕ້ອງຍ້ອນວ່າ ຄວາມຄິດແມ່ນສະແດງອອກໂດຍການ ນໍາໃຊ້ຕົວອັກສອນຫຼາຍຕົວ.) ຍ້ອນວ່າບໍ່ມີການເຊື່ອມໂຍງກັນລະຫວ່າງ ຄວາມໝາຍຂອງ ສັນຍາລັກທີ່ໃຊ້ແທນຄຳສັບ ແລະ ການອອກສຽງຂອງມັນ, ຜູ້ອ່ານບໍ່ຈໍາເປັນຕ້ອງຮູ້ການອອກສຽງ ຫຼື ພາສາຂອງຜູ້ຂຽນ ເພື່ອໃຫ້ເຂົ້າໃຈມັນ. ເຖິງແມ່ນວ່າ ສອງຄົນທີ່ເວົ້າ ພາສາຈີນ ທ້ອງຖິ່ນທີ່ແຕກຕ່າງກັນ ອາດຈະບໍ່ສາມາດຕິດຕໍ່ສື່ສານກັນໃນ ທາງວາຈາໄດ້ຢ່າງສິ້ນເຊີງ, ທັງສອງຈະສາມາດອ່ານ ແລະ ເຂົ້າໃຈຂໍ້ຄວາມດຽວກັນ, ເຖິງແມ່ນວ່າ ມັນຈະຖືກຂຽນຂຶ້ນໂດຍຜູ້ຂຽນທີ່ມີພາສາຕົ້ນກໍາເນີດມາຈາກພາສາຈີນທີສາມ.

 

ແນວໃດກໍຕາມ, ການແຍກກັນຂອງຄວາມໝາຍ ແລະ ການອອກສຽງແມ່ນຂໍ້ເສຍປຽບຫຼັກ: ຜູ້ຮຽນຕ້ອງໄດ້ຈົດຈຳຕົວອັກສອນເປັນພັນໆ ພ້ອມດຽວກັນກັບການອອກສຽງເປັນ ພາສາທ້ອງຖິ່ນຂອງຕົນ. ພົດຈະນານຸກົມ ພາສາຈີນ ທີ່ຄົບຖ້ວນສົມບູນມີບັນຊີເກີນ 50,000 ຕົວອັກສອນ, ເຖິງແມ່ນວ່າຫຼາຍຕົວແມ່ນຫາຍາກ, ເກົ່າແກ່ ຫຼື ຫຼ້າສະໄໝ. ບັນຊີຕົວອັກສອນທົ່ວໄປທີ່ຖືກນໍາໃຊ້ຢູ່ ສາທາລະນະລັດ ປະຊາຊົນຈີນ ປະກອບມີ 3,500 – 7,000 ຕົວ; ຢູ່ ໄຕ້ຫວັນ ແລະ ຮອງກົງ, ບັນຊີຕົວອັກສອນປະກອບມີປະມານ 4,800 ຕົວ. ນອກຈາກນັ້ນ, ປະຈຸບັນນີ້ແມ່ນມີສອງຊຸດຕົວອັກສອນທີ່ນໍາໃຊ້ທົ່ວໄປ; ພາສາຈີນດັ່ງເດີມ ທີ່ນໍາໃຊ້ຢູ່ຮອງກົງ, ມາເກົາ ແລະ ໄຕ້ຫວັນ; ແລະ ພາສາຈີນ ແບບກະທັດຫັດ ທີ່ນໍາໃຊ້ຢູ່ ສາທາລະນະລັດ ປະຊາຊົນຈີນ ແລະ ສິງກະໂປ.

 

ຕົວຢ່າງ ກ່ຽວກັບ ການຂັດຈ້ອນໃຫ້ກະທັດຫັດຂອງຕົວອັກສອນ:

 

ພາສາຈີນ ຕາມເດີມແລ້ວແມ່ນຂຽນໃນແນວຕັ້ງ ໃນແບບຖັນຈາກເທິງລົງລຸ່ມ ແລະ ຂວາຫາຊ້າຍ. ປັດຈຸບັນນີ້ຍັງຂຽນໃນແນວຂວາງນໍາອີກ, ແບບເສັ້ນ ຈາກຊ້າຍຫາຂວາ ແລະ ຈາກເທິງລົງລຸ່ມ, ຄືກັນກັບພາສາອັງກິດ. ການຍະຫວ່າງແມ່ນບໍ່ຖືກນຳໃຊ້ເພື່ອແຍກຄໍາສັບ, ແຕ່ວ່າບາງຄັ້ງ (ສ່ວນໜ້ອຍ) ການຍະຫວ່າງ ແມ່ນໃຊ້ເພື່ອບອກຕໍາແໜ່ງສູງສັກ. ລະບົບເຄື່ອງໝາຍວັກຕອນແມ່ນບໍ່ໄດ້ຖືກນໍາໃຊ້ຢ່າງກວ້າງຂວາງຈົນມາຮອດ ສັດຕະວັດທີ 20 ແລະ ຊຸດເຄື່ອງໝາຍວັກຕອນ ແມ່ນແຕກຕ່າງຈາກທີ່ຖືກໃຊ້ຢູ່ໃນ ພາສາເອີຣົບ.

 

ຍ້ອນວ່າ ການເຂົ້າໃຈຄວາມໝາຍຂອງຕົວອັກສອນ ບໍ່ໄດ້ໝາຍວ່າ ຈະຮູ້ວິທີອອກສຽງຈຶ່ງ ມີສອງລະບົບການ ຂຽນອອກສຽງທີ່ນໍາໃຊ້ເພື່ອສອນ ແລະ ລະບຸການອອກສຽງ. ລະບົບທໍາອິດຄື zhuyin ໄດ້ຖືກນໍາສະເໜີໃນຕົ້ນສັດຕະວັດທີ 20. ມັນປະກອບມີ 37 ຕົວອັກສອນ ແລະ 4 ເຄື່ອງໝາຍສຽງສູງຕໍ່າ, ແລະ ສາມາດສະແດງການອອກ ສຽງຂອງພາສາຈີນກາງທັງໝົດ.

 

 

ໃນຊຸມປີ 1950, ສາທາລະນະລັດ ປະຊາຊົນຈີນ ໄດ້ນໍາສະເໜີລະບົບຂຽນການອອກສຽງ pinyin, ຊຶ່ງໃຊ້ອັກສອນລາຕິນ ແລະ ອີງໃສ່ລະບົບເດີມຂອງການຖອດອັກສອນເປັນອັກສອນໂຣມັນ. zhuyin ແລະ pinyin ແມ່ນສາມາດນຳໃຊ້ທົດແທນກັນໄດ້ . ປັດຈຸບັນນີ້ Pinyin ແມ່ນໄດ້ຖືກຮັບຮອງມາດຕະຖານສາກົນ (ISO) ແລະ ໄດ້ປ່ຽນແທນ zhuyin ຢູ່ເກືອບທຸກບ່ອນ. ແຕ່ຢູ່ໄຕ້ຫວັນ, ເຖິງວ່າ pinyin ໄດ້ກາຍເປັນມາດຕະຖານທີ່ເປັນທາງການໃນປີ 2009, zhuyin ຍັງສືບຕໍ່ຖືກນໍາໃຊ້ຢ່າງກວ້າງຂວາງຢູ່. ທັງສອງລະບົບແມ່ນຖືກຂຽນຂຶ້ນໃນຮູບແບບທີ່ມີຄໍາອະທິບາຍ ທີ່ເອີ້ນວ່າ “ທັບທິມ,” ດ້ານເທິງ ຫຼື ໄປທາງຂວາຂອງສັນຍາລັກທີ່ໃຊ້ແທນຄຳສັບ.

 

ຕາຕະລາງຕໍ່ໄປ ສະຫລຸບຮູບແບບການຂຽນ ແລະ ເວົ້າຂອງພາສາຈີນ ໃນສະຖານຕ່າງໆ.

 

ສະຖານທີ່

ພາສາເວົ້າ

ພາສາຂຽນ

ສາທາລະນະລັດ ປະຊາຊົນຈີນ

ພາສາຈີນກາງ

ແບບກະທັດຫັດ

ຮອງກົງ

ພາສາຈີນກວາງຕຸ້ງ

ແບບດັ້ງເດີມ (ບວກກັບຕົວອັກສອນສະເພາະ ພາສາຈີນກວາງຕຸ້ງ)

ມາເກົາ

ພາສາຈີນກວາງຕຸ້ງ

ແບບດັ້ງເດີມ (ບວກກັບຕົວອັກສອນສະເພາະ ພາສາຈີນກວາງຕຸ້ງ)

ໄຕ້ຫວັນ

ພາສາຈີນກາງ

ແບບດັ້ງເດີມ

ສິງກະໂປ

ພາສາຈີນກາງ

ແບບກະທັດຫັດ

 

*ພາສາຈີນ – ແທ້ຈິງເປັນກຸ່ມພາສາທ້ອງຖິ່ນ – ແມ່ນໜຶ່ງໃນສອງສາຂາຫຼັກຂອງຕະກຸນພາສາ Sino-Tibetan ແລະ Tibeto-Burman. ລະບົບການຈັດປະເພດ ພາສາທ້ອງຖິ່ນດັ່ງເດີມປະກອບມີ: ພາສາຈີນກາງ, Wu, Yue, Min, Xiang, Hakka ແລະ Gan.

More » Content

Contact Us